วันอังคารที่ 2 มิถุนายน พ.ศ. 2558

19 ເຕັກນິກເພື່ອປະສົບຜົນສໍາເລັດໃນການສໍາພາດວຽກ



19 ເຕັກນິກເພື່ອປະສົບຜົນສໍາເລັດໃນການສໍາພາດວຽກ
..........................................
ຈ໊ອບສະບາຍຂໍແນະນໍາ 19 ເຕັກນິກໃຫ້ກັບຜູ້ທີ່ຈະໄປຮ່ວມງານ Job Fair 2015 ລະຫວ່າງວັນທີ 5-6/6/2015 ທີ່ຫໍປະຊຸມແຫ່ງຊາດ(ຫໍປະຊຸມອາເຊັມຫຼັຫ 5) ເພື່ອນໍາເຕັກນິກເຫຼົ່ານີ້ໄປປັບໃຊ້ໃນການສໍາພາດວຽກ:
1.ຄວນວາງແຜນການເດີນທາງໄປເຖີງບ່ອນສໍາພາດວຽກຢ່າງໜ້ອຍ 10 ນາທີ ພ້ອມກັບຮຽນຮູ້ ຫຼື ສັງເກັດລະບົບການເຮັດວຽກ ແລະ ບັນຍາກາດພາຍໃນບໍລິສັດນັ້ນໆເພື່ອເປັນຂໍ້ມູນສໍາລັບສໍາພາດ
2.ຄວນສະແດງຄວາມມີອັດທະຍາໄສ ແລະ ສ້າງຄວາມປະທັບໃຈແລກພົບຕໍ່ພະນັກງານຕ້ອນຮັບ ຫຼື ພະນັກງານທີ່ເຮັດວຽກໃນບໍລິສັດນັ້ນດ້ວຍຄວາມເຄົາລົບ ແລະ ໃຫ້ກຽດສະເໜີ
3.ຄວນທັກທາຍຜູ້ສໍາພາດດ້ວຍຮອຍຍີ້ມ ແລະ ພະ ຍາຍາມຈົດຈໍາຊື່ຜູ້ສໍາພາດເພື້ອເອີ້ນຊື່ໃຫ້ຖືກຕ້ອງ
4.ພະຍາຍາມແນະນໍາຕົນເອງໃຫ້ຜູ້ສໍາພາດຈົດຈໍາ ແລະ ສ້າງຄວາມຄຸ້ມເຄີຍ
5.ຄວນມີຄວາມໜັ້ນໃຈ ແລະ ສັງລວມກິລິຍາມາລະຍາດເພື່ອສ້າງບຸກຄະລິກຂະພາບທີ່ດີ
6. ເວລາສໍາພາດບໍ່ຄວນປະລະສາຍຕາໜີຈາກຜູ້ສໍາພາດ (ສົບສາຍຕາເວລາສໍາພາດສະເໜີ)
7.ຄວນປິດໂທລະສັບໃນຂະນະສໍາພາດ
8.ຄວນຕອບຄໍາຖາມແບບກົງໄປກົງມາດ້ວຍຄວາມຈິງໃຈ ແລະ ບົນພື້ນຖານເປັນຄວາມຈິງ
9.ບໍ່ຄວນກວ່າເຖີງນາຍຈ້າງເກົ່າ ຫຼື ເພື່ອນຮ່ວມງານເກົ່າໃນແງ່ລົບໃນເວລາສໍາພາດ
9.ບໍ່ຄວນຕອບຄໍາຖາມຜູ້ສໍາພາດແບບສັ້ນໆເກີນໄປ ເຊັ່ນ: ເຈົ້າ,ແມ່ນແລ້ວ,ຄິດວ່າແນວນັ້ນຕີ ບັນດາຄໍາເວົ້າເຫຼົ່ານີ້ເປັນຕົ້ນ ແຕ່ຄວນໃຫ້ເຫດຜົນໃນແຕ່ລະຄໍາຕອບສະເໜີ
10. ສຶກສາຂໍ້ມູນບໍລິສັດ ເປັນຕົ້ນ : ວິໄສທັດ ຫຼື ລາຍລະອຽດຕໍາແໜ່ງທີ່ຕົນສະໜັກໃຫ້ດີ
11.ການຕອບຄໍາຖາມບໍ່ຄວນໃຈຮ້ອນຟ້າວຕອບຄວາມວາງທ່າທີໃຫ້ດີ ແລະ ຄິດກ່ອນຕອບສະເໜີ
12.ບໍ່ຄວນຕອບຄໍາຖາມດ້ວຍນໍ້າສຽງແຮງ ຫຼື ຄ່ອຍຈົນເກີນໄປໃນເວລາສໍາພາດ
13.ຄວນກະກຽມເອກະສານທີ່ຄິດວ່າຕ້ອງໃຊ້ໃນການສໍາພາດເພື່ອນໍາໄປສະແດງ ຫຼື ອະທິບາຍເພື່ອສ້າງຄວາມເປັນມືອາຊິບ
14. ຄວນແຕ່ງໂຕໃຫ້ສຸພາບຮຽບຮ້ອຍຕາມລັກສະນະການນຸ່ງຖຶຂອງລາວ
15.ຄວນກະກຽມຄໍາຖາມເພື່ອຖາມຜູ້ສໍາພາດເມື່ອຜູ້ສໍາພາດເປີດໂອກາດໃຫ້ຖາມ
16.ຄວນໃຫ້ຄວາມສົນໃຈເມື່ອຜູ້ສໍາພາດອະທິບາຍ ຫຼື ແນະນໍາຂອຍເຂດໜ້າວຽກ
17.ຄວນຈົບການສໍາພາດດ້ວຍໄມຕີຈິດ ແລະ ຂອບໃຈຜູ້ສໍາພາດ
18. ກ່ອນປິດການສໍາພາດຄວາມຂໍນາມບັດ ຫຼື ເບີພົວພັນກັບ ພ້ອມກັບຈົບທ້າຍດ້ວຍການຂໍຝາກຝັງໂຕເອງໄວ້ເພື່ອໃຫ້ຜູ້ສໍາພາດພິຈາລະນາ
19. ຫຼັງຈາກສໍາພາດແລ້ວ ແລະ ກັບເມືອຮອດເຮືອນຄວນໂທຫາ ຫຼື ສົ່ງອິເມລ໌ຂອບໃຈພາຍໃນມື້ສໍາພາດເລີຍເພື່ອສ້າງຄວາມຈົດຈໍາ, ສະແດງຄວາມເປັນມືອາຊິບ ແລະ ຄວາມກະຕືລືລົ້ນຢາກໄດ້ວຽກນັ້ນແທ້.

ຫັວງວ່າຈະເປັນປະໂຫຍດ ແລະ ເປັນແນວທາງໃຫ້ກັບຫຼາຍທ່ານເພື່ອນໍາໄປປັບໃຊ້ໃຫ້ເກີດຜົນ.
=====================
ຕິດຕາມບົດຄວາມດີໆ ແລະ ເລື່ອງລາວຕ່າງໆກ່ຽວກັບວຽກງານທີ່ນີ້ #Jobsabai'
http://www.positive-khedlub.blogspot.com

วันอาทิตย์ที่ 7 กันยายน พ.ศ. 2557

ຫມາກສົ້ມມໍ ຢາດີ...........


ສະໃຫມ່ພຸດທະການ ເວລາພຣະພຸດທະເຈົ້າບໍ່ສະບາຍ ຫລືພຣະສົງຄ໌ ບໍ່ສະບາຍມັກສັນ ຫມາກສົ້ມມໍ ເປັນຢາຮັກສາ ຈົນໄດ້ຮັບການຢົກຢ້ອງວ່າເປັນ ພຸດທະໂອສົດ
  1. ຫມາກອ່ອນ ໃຊ້ເປັນຢາລະບາຍ ແກ້ເລື້ອດໃນທ້ອງ ແກ້ນຳດີ ສ່ວນຫມາກແກ່ແກ້ໃຂ້, ຂັບຖ່າຍ, ແກ້ຈຸກຕາມທ້ອງ, ບຳລຸງຮ່າງກາຍ
  2. ເປື້ອກໄມ້ ແກ້ບິດ, ແກ້ເຈັບທ້ອງ,  ແກ້ຫືດໄອ, ເປືອກຕົ້ມດື່ມບຳລຸງຫົວໃຈ, ຂັບຖ່າຍດີ ຈັດເປັນເປັນຢາ ລວມຈັກກະວານ ໃນອິນເດຍ ຖືເປັນຢາ ຣາຊາຢາດີ..